ສະພາບເສດຖະກິດ-ສັງຄົມ

ສະພາບເສດຖະກິດ-ສັງຄົມ

ການປູກ ຢາງພາລາ ທົ່ວແຂວງມີ ເນື້ອທີ່ 1 ລ້ານ 2 ແສນກວ່າ ເຮັກຕາ, ປູກຖົ່ວແຮປ່ອຍຄັ່ງ 2 ພັນກວ່າເຮັກຕາ,ໄມ້ສັກ 22 ພັນກວ່າເຮັກຕາ, ຫມາກນຳ້ມັນ 2 ເຮັກຕາ, ຊາແກ່ 8 ຮ້ອຍເຮັກຕາ,ເປືອກເມືອກ 27 ເຮັກຕາ, ປໍສາ 170 ກວ່າເຮັກຕາ ແລະ ໄດ້ຢຸດຕິການຖາງ ປ່າເຮັດໄຮ່ປູກເຂົ້າໄດ້ 113 ບ້ານ ມີ 10.742 ຄອບຄົວ, ປະຈຸບັນທົ່ວແຂວງຍັງມີບ້ານ ທີ່ຍັງເຮັດໄຮ່ທັງຫມົດ 425 ບ້ານ, ມີ 20.650 ຄອບຄົວ, ໃນເນື້ອທີ່ 13.511 ເຮັກຕາ, ລົບລ້າງບ້ານທຸກຍາກໄດ້613 ບ້ານ, ມີ 62.722 ຄອບຄົວ, ກວມ 75% ແລະ ໃນໄລຍະຜ່ານມາໄດ້ມີຂະບວນຂຸດ ທາງເຂົ້າບ້ານມີ 125 ບ້ານ, ທົ່ວແຂວງມີບ້ານທີ່ມີທາງລົດ ເຂົ້າເຖິງ 625 ບ້ານ, ມີໄຟ ຟ້າເຂົ້າເຖິງ 11 ເມືອງທົ່ວ ແຂວງ, ພ້ອມນີ້ຍັງໄດ້ຍົກໃຫ້ ເຫັນວຽກງານທ່ອງທ່ຽວຂອງ ແຂວງ ເຊິ່ງໃນແຕ່ລະປີມີນັກ ທ່ອງທ່ຽວເຂົ້າມາຫລວງພະບາງ ປະມານ 3 ແສນຫາ 4 ແສນຄົນ ສາມາດສ້າງລາຍຮັບ ແຕ່ລະປີຈາກການທ່ອງທ່ຽວ ໄດ້ປະມານ 72 ລ້ານໂດລາ ສະຫະລັດ.

Leave a comment